news & activities

ໜ່ວຍພັກ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈຳກັດ ໄດ້ສຳເລັດກອງປະຊຸມກາງສະໄໝ

ເພື່ອເປັນການຕີລາຄາ ແລະ ທົບທວນຄືນການນຳພາຈັດຕັ້ງປະຕິບັດບັນດາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນຂອງກອງປະຊຸມເປີດກ້ວາງຄັ້ງທີ I ຂອງໜ່ວຍ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈຳກັດ ໃນໄລຍະຜ່ານມາ, ເພື່ອກວດກາຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະໜ່ວຍພັກ ແລະ ດຳເນີນຊີວິດການເມືອງ ຕຳນິຕິຊົມກໍ່ສ້າງ ເຊິ່ງກັນ ແລະ ກັນພາຍໃນໜ່ວຍພັກ.

ໃນຕອນເຊົ້າວັນທີ 16 ມິຖຸນາ 2023 ຜ່ານມານີ້,  ໜ່ວຍພັກ ບໍລິສັດດາວທຽມລາວ ໄດ້ດໍາເນີນກອງປະຊຸມກາງສະໄໝຂອງຕົນຂື້ນທີ່ ສະຖານີບັນຊາດາວທຽມພາກພື້ນດິນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສີສັນ ປອງນະທີ  ເລຂາໜ່ວຍພັກ, ຮອງຜູ້ອໍານວຍການໃຫຍ່ບໍລິສັດດາວທຽມລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ມີຄະນະຕິດຕາມ ແລະ ຊຸກຍູ້ການດໍາເນີນກອງປະຊຸມຈາກ ກະຊວງ ຕສ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນໜ່ວຍພັກດາວທຽມລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ສີສັນ ປອງນະທີ  ເລຂາໜ່ວຍພັກ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເປີດກອງປະຊຸມກາງສະໄໝຂອງໜ່ວຍພັກບໍລິສັດດາວທຽມລາວ ແລະ ກ່າວເປີດກອງປະຊຸມ, ໃນໂອກາດນີ້ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ກະຊວງ, ລັດຖະມົນຕີ ກະຊວງ ຕສ ໄດ້ໃຫ້ກຽດເຜີຍແຜ່ ແລະ ເຊື່ອມຊຶມ 3 ເອກະສານ ສໍາຄັນຂອງສູນກາງພັກຄື:

  1. ຄຳສັ່ງ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ສະບັບເລກທີ 268/ຄລສພ. ລົງວັນທີ 20 ມັງກອນ 2023;
  2. ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 25/ຄຈສພ. ລົງວັນທີ 24 ມັງກອນ 2023;
  3. ຄຳແນະນຳຂອງ ຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ, ລົງວັນທີ 27 ມີນາ

ຫລັງຈາກນັ້ນ ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະເຄິ່ງສະໄໝທີ່ຜ່ານມາ, ວາງທິດທາງແຜນການທ້າຍສະໄໝຕໍ່ໜ້າ ຊື່ງສະເໜີຜ່ານໂດຍ ສະຫາຍ ສີສັນ ປອງນະທີ ເລຂາໜ່ວຍພັກ ພ້ອມນັ້ນ, ຍັງໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາ-ຊີ້ນຳລວມຂອງຄະນະໜ່ວຍພັກ ສະເໜີໂດຍ ສະຫາຍ ຄຳຕັນ ພົມມະຈັນ  ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກພັກ ຕໍ່ເນື້ອໃນເອກະສານດັ່ງກ່າວເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ພ້ອມທັງໄດ້ດຳເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນຂອງຄະນະໜ່ວຍພັກ ແລະ ຜ່ານບົດສຳຫຼວດບຸກຄົນຂອງຄະນະໜ່ວຍພັກ ເພື່ອເຫັນໄດ້ດ້ານດີ, ດ້ານອ່ອນ, ບົດຮຽນຖອດຖອນໄດ້ ແລະ ຈຸດທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ກະຊວງ, ລັດຖະມົນຕີ ກະຊວງ ຕສ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການປະຕິບັດໜ້າທີ່ການເມືອງໃນໄລຍະກາງສະໄໝທີ່ຜ່ານມາຂອງໜ່ວຍພັກບໍລິສັດດາວທຽມລາວ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ກໍຄື ສະມາຊິກພັກທັງໝົດເອົາໃຈໃສ່ຕໍ່ບາງດ້ານທີ່ຍັງຄົງຄ້າງ ເພື່ອຄົ້ນຄວ້າຊອກຫາວິທີທາງແກ້ໄຂໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ສະຫາຍໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າຮ່ວມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດພາລະກິດອັນສູງສົ່ງຂອງຕົນກໍຄືຫນວ່ຍພັກໃຫ້ປະສົບຜົນສໍາເລັດຕາມລະດັບຄາດຫມາຍ.