news & activities

ພິທີສະເຫລີມສະຫລອງວັນເດັກສາກົນ ຕິດພັນກັບວັນປູກຕົ້ນໄມ້ ແຫ່ງຊາດ 01 ມິຖຸນາ 2023

ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ(01 ມິຖຸນາ) ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023, ທີ່ສະຖານີພາກພື້ນດິນດາວທຽມລາວ ຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ (ເຂດຫລັກ 14) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ, ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກຕສ, ຊຶ່ງມີຮອງປະທານ ພ້ອມດ້ວຍຄະນະ ຄກມດ ກຕສ, ມີຄະນະຫ້ອງການ, ກົມ, ສູນ, ສະຖາບັນ, ອົງການ ແລະ ບໍລິສັດດາວທຽມລາວ, ບໍລິສັດໂທລະຄົມ, ໄປສະນີ ພ້ອມດ້ວຍລູກຫຼານຂອງພະນັກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 150 ກວ່າຄົນ.
:
ໃນພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນຄັ້ງນີ້ ໄດ້ມີກິດຈະກໍາຫຼາຍຢ່າງເພື່ອໃຫ້ຫຼານນ້ອຍໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງ ເຊັ່ນ: ຖາມ-ຕອບຄວາມຮູ້ຮອບຕົວທາງດ້ານເຕັກໂນໂລຊີດິຈິຕ໋ອນ, ຮ້ອງເພງ, ເຕັ້ນ ແລະ ອື່ນໆ... ທັງນີ້ກໍເພື່ອເປັນການສົ່ງເສີມການມີສ່ວນຮ່ວມຂອງເດັກ ໃຫ້ມີການພັດທະນາຄຽງຄູ່ກັບຄວາມເບີກບານມ່ວນຊື່ນ ເສີມສ້າງໃຫ້ເດັກ ມີສະຕິປັນຍາ, ຮູ້ຮັກ ແລະ ເຄົາລົບນັບຖືຜູ້ໃຫຍ່, ພໍ່ແມ່, ມີຄວາມສາມັກຄີກັບໝູ່ເພື່ອນ ແລະ ການສະແດງຄວາມສາມາດຂອງຕົນເອງຕໍ່ສັງຄົມ. ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ ນໍາພາເດັກນ້ອຍ ເຂົ້າຢ້ຽມຊົມສະຖານີພາກພື້ນດິນດາວທຽມລາວ, ຮ່ວມກັນປູກຕົ້ນໄມ້ ແລະ ເຂົ້າກາບໄຫວ້ບູຊາ ທີ່ ວັດໜອງແສງ ສຸວັນນະນາຄາຣາມ.
:
ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວໃນພິທີວ່າ: ລັດຖະບານຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້, ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວ ໃຫ້ເຕີບໃຫຍ່ ຊຶ່ງໃນແຕ່ລະປີເປັນໂອກາດອັນດີໃຫ້ພວກເຮົາໄດ້ທົບທວນຄືນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ນິຕິກໍາຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ລວມທັງເປົ້າໝາຍການ ພັດທະນາແບບຍືນຍົງ ທີ່ພົວພັນເຖິງວຽກແມ່ ແລະ ເດັກ ກໍຄືສົນທິ ສັນຍາສາກົນ ແລະ ພາກພື້ນອາຊຽນ ກ່ຽວກັບເດັກທີ່ ສປປ ລາວ ເປັນພາຄີ ເປັນຕົ້ນແມ່ນ: ສົນທິສັນຍາວ່າດ້ວຍສິດທິເດັກ ຈຸດປະສົງ ເພື່ອຮັບປະກັນການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກລາວບັນດາເຜົ່າ ໃຫ້ມີໄວເດັກ ທີ່ເຕັມໄປດ້ວຍຄວາມຜາສຸກ, ຄວາມອົບອຸ່ນ ແລະ ການເບິ່ງແຍງເປັນຢ່າງດີຈາກພໍ່-ແມ່ຍາດຕິພີ່ນ້ອງໃນຄອບຄົວ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ອອກແຮງເພີ່ມທະວີປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ, ເຮັດໃຫ້ເດັກໄດ້ຮັບຄວາມຮັກອັນອົບອຸ່ນ ແລະ ການເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກພໍ່ແມ່, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ ເພື່ອໃຫ້ເດັກຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.